Pages 1

Thursday, June 13, 2013

ວິທີຕັ້ງ Apple ID ແບບບໍ່ໃຊ້ບັດເຄດິດ (How to Create Apple ID None credit card )

ວິທີສ້າງ Apple ID ໂດຍບໍ່ຕ້ອງໃຊ້ບັດເຄດິດ ເປັນວິທີສຳຫລັບມືໃໝ່ ຜູ້ທີ່ເລີມຕົ້ນໃຊ້ iPhone, iPad, iPod ໂດຍຕັ້ງຜ່ານ iDevice ຈະບໍ່ຂໍອະທີບາຍຫລາຍເອົາເປັນວ່າມາລອງເຮັດກັນເລີຍ (ຄວາມໝາຍຂອງ Apple ID)
1. ສິ່ງທີ່ຕ້ອງຕຽມ

  • iDevice ຕ່າງໆ ບໍ່ວ່າຈະເປັນ iPhone, iPad, iPod
  • Internet ຈະເຊືອມຕໍ່ແບບໃດກໍ່ໄດ້ຂໍໃຫ້ເຂົ້າໃຊ້ເນັດໄດ້ເປັນພໍ 3G, WiFi
  • E-mail ທີ່ໃຊ້ໄດ້ແທ້ຈິງ ເພາະຈະໄດ້ເອົາໄວ້ຢືນຍັນອີກເທືອໜື່ງ (ໃຊ້ Mail ທີໃຊ້ໄດ້ແທ້)

2. ເປິດ iPhone ຂື້ຮມາແລ້ວເຂົ້າໄປທີ່ App Store


 3. ເລືອກໄປທີ່ Top Chart> Free  (ເບີ່ງຕາມຮູບພາບ) ແລ້ວຫາເລືອກໂລດແອ໋ບ




3. ຈະປະກົດຂໍ້ຄວາມຂື້ນມາໃຫ້ທ່ານເລືອກໄປທີ່ Create New Apple ID

4. ໃນຂັ້ນຕອນຕໍ່ໄປນີ້ຈະເປັນການເລືອກປະເທດ ຫລື ເຂດຂອງປະເທດ ຫລື App Store ກຸ້ມປະເທດໃນນັ້ນເອງ ເຊິ່ງຈະມີແອ໋ບທີ່ມາຈາກປະເທດນັ້ນໆໆ ມາສະແດງໃຫ້ເຫັນ ແລະກໍ່ຈະມີບາງແອ໋ບກໍ່ອາດຈະໂລດບໍ່ໄດ້ ໃນທີ່ນີ້ ຂ້າພະເຈົ້າຂໍ້ແນະນຳໃຫ້ເລືອກເປັນປະເທດ USA ເພາະສາມາດເລືອກແລະໂລດແອ໋ບຟຣີ ໄດ້ຫລາກຫລາຍກວ່າ App Store laos ຫລືຖ້າຕ້ອງການ App ອື່ນໆ ເຮົາກໍ່ສາມາດຄົ້ນຫາໄດ້ຈາກ App Store
(ຕັ້ງໄອດີຕໍ່ ເວົ້າຍາວໂພດລະ ເບີ່ງຕາມຮູບໄດ້ເລີຍ)
# ເລືອກປະເທດ> Done > Next > Agree



5. ຂັ້ນຕອນນີ້ເປັນຂັ້ນຕອນທີ່ສຳຄັນອີກຂັ້ນຕອນໜຶ່ງ 
    # ໃສ່ອີເມວ ແລະ ລະຫັດ ຕົວຢ່າງການໃສ່ລະຫັດຄວນມີຕົວອັກສອນ ແລະ ຕົວເລກ ຕົວອັກສອນຕົວໃຫຍ່ ຫລືມີສັນຍາລັກກໍ່ໄດ້( ຍ່າຕັ້ງຍາກດຽວລືມ)
EX: Yakk1234567 or yAkk1234567 or 1234567YAKK or 1234567yakK


# ເມືອຕັ້ງລະຫັດແລ້ວ ຕໍ່ມາກໍ່ຄືໝວດ Security Info ຂັ້ນຕອນນີ້ກໍ່ເປັນຂັ້ນຕອນຖາມຕອບເພືອນຍືນຍັນຕົວຕົນຜູ້ໃຊ້ງານ
(ໃຫ້ເລືອກຄຳຖາມປະເພດຖາມງ່າຍຕອບງ່າຍ ເພື່ອຈະໄດ້ບໍ່ໃຫ້ຫຍຸງຍາກ ອິອິອິອິອິ)
ຕົວຢ່າງປະມານວ່າ ສັດລ້ຽງຕົວທຳອິດຂອງເຈົ້າຊື້ຫຍັງ, ເຈົ້າຝັນຢາກເຮັດວຽກຫຍັງ, ຫົວໜ້າຄົນທຳອິດເຈົ້າຊື່ຫຍັງ ປະມານນີ້



# ຕໍ່ມາກໍ່ໃຫ້ໃສ່ວັນເດືອນປີເກີດ (ໃຜອາຍຸຫລາຍກໍ່ພີມໃສ່ປີໜ່ອຍໆໆກໍ່ໄດ້ ອິອິອິ ແຕ່ຕ່ຳສຸດບໍ່ໃຫ້ຫລຸດ 1990 ໂດຍປະມານ)
   ຫລັງຈາກນັ້ນກໍ່ກົດ Next




6. ໃນຂັ້ນຕອນນີ້ສຳຄັນກໍ່ຄືການໃສ່ເລກບັດເຄດິດ (ໂອ້ຍ...ບໍ່ແມ່ນເຮົາກຳລັງສ້າງໄອດີແບບບໍ່ໃສ່ບັດເຄດິດ) 
    # ໃນຕອນນີ້ຖ້າເຮົາບໍ່ມີບັດເຄດິດ ເຮົາກໍ່ເລືອກໄປທີ່ None (ເລືອນລົງໄປຂັ້ນຕອນຕໍ່ໄປ)


ໃນຂັ້ນຕອນນີ້ເປັນຂັ້ນຕອນທີ່ສຳຄັນຫລາຍ ເພາະຈະເປັນການໃສ່ຂໍ້ມູນ ຊື່ ນາມສະກຸນ ທີ່ຢູ່ ບ້ານ ເມືອງ ທາງ (ໂອ້ຍ.....ສັບສົນ)
# ຂັ້ນຕອນນີ້ກໍ່ໃຫ້ເຮົາໄປລອງຫາໄດ້ຈາກ Google ເພາະເຮົາໄດ້ເລືອກປະເທດເປັນ USA ມາແຕ່ຕົ້ນນັ້ນເອງໃນທີ່ນີ້ໄດ້ນຳ ເອົາຕົວຢ່າງມາໃຫ້ເບີ່ງ
Ex: 
  • California, Mount vernon, California, CA , 10552
  • California, Nicolaus, California, Ca,  95622
ຫລື ລອງເພີ່ມເຕີມໄດ້ຈາກທີ່ນີ້
 http://usa.youbianku.com/th/category/state/CA
http://th.postalcodecountry.com/usapostalcode/Albany-New%20York(NY)-USA
ຈະໃສ່ລັດອື່ນກໍ່ໄດ້ຫລືຈະໃຊ້ທີ່ຢູ່ຊຳກັນກໍ່ໄດ້ ບໍ່ວ່າກັນ ບໍ່ມີບັນຫາຫຍັງ ຕາມສະດວກ
# ຕໍ່ໄປກໍ່ໃສ່ເບີໂທ ນີ້ກໍ່ຕາມສະບາຍ ພີມໄປເລີຍ 256 803-3819; 321 546-2343  ພີມໄປເລີຍ
# ເມືອໃສ່ຂໍ້ມູນຄົບເລແລ້ວກໍ່ກົດ Next ໄປເລີຍ


ຂັ້ນຕອນຕໍ່ໄປ ກໍ່ເຂົ້າໄປຢືນຍັນ Apple ID ໄດ້ຈາກອີເມວ ທີ່ເຮົາໄດ້ໃສ່ໄປໃນຂັ້ນຕອນທຳອິດນັ້ນ 


7. ເປີດເຂົ້າໄປທີ່ App Browser ໃດກໍ່ໄດ້ ຫລືຈະເຂົ້າໄປທີ່ເມວ ຜ່ານ PC ກໍ່ໄດ້ ໃນທີ່ນີ້ແມ່ນເປີດຜ່ານ Safari ເລີຍ
ເຂົ້າໄປກວດເມວ ໃນທີ່ນີ້ຂ້າພະເຈົ້າໃຊ້ Hotmail ກໍ່ເຂົ້າໄປ Sign in ຈາກ hotmail 

# ກໍ່ຈະປະກົດເຫັນອີເມວທີ່ Apple ສົ່ງມາ ກໍ່ກົດເຂົ້າໄປໃນເມວ ແລ້ວກໍ່ກົດເລືອກທີ່  Verify Now >
# ຈະເຫັນໜ້າຕ່າງໃຫມ່ປະກົດຂື້ນມາໃຫ້ເຮົາເຂົ້າໄປ ໃສ່ອີເມວ ແລະ ລະຫັດ ທີ່ເຮົາໄດ້ສ້າງໄອດີນັ້ນເອງ
# ແລ້ວກໍ່ກົດເລືອກທີ່ Verify Address ຈະຂື້ນຂໍ້ຄວາມ Thank...... ສະແດງວ່າສຳເລັດຂັ້ນຕອນ



8. ເມືອຢືນຍັນອີເມວແລ້ວ ກໍ່ມາລອງທົດສອບໂລດແອ່ບກັນໄດ້ເລີຍ

# ເຂົ້າໄປ App Store ແລ້ວກໍ່ເລືອກຫາແອ໋ບຟຣີ ຈັກໜື່ງແອ໋ບ 
   ກົດ Free> Install app >Use Existing Applep ID


# ໃສ່ເມວ ແລະ ລະຫັດທີ່ເຮົາໄດ້ຕັ້ງໄປໄວ້ ແຕ່ຕົ້ນ ກົດ OK ເທົ່ານີ້ກໍ່ສາມາດໂລດແອ໋ບໄດ້ແລ້ວ...........

ນີ້ກໍ່ເປັນເປັນວິທີແລະຂັ້ນຕອນງ່າຍໆໆໆ ໃນການສ້າງ Apple ID ຖ້າບໍ່ເຂົ້າໃຈຂັ້ນຕອນໃດສາມາດຄອມເມັນກັນໄດ້

No comments:

Post a Comment