Pages 1

Saturday, September 22, 2012

ຄວາມຮູ້ເບື້ອງຕົ້ນກ່ຽວ Apple ID

Apple ID ແມ່ນຫຍັງ?

ມັນຄື Username ທີ່​ຈະ​ໃຊ້​ໃນ​ການ​ດາວ​ໂລດ Application ຕ່າງໆ​ທີ່ຢູ່​ໃນ Apple AppStore ​ເພື່ອ​ມາ​ຕິດ​ຕັ້ງ​ໃນ iPhone, iPad, iPod Touch ຕ່າງໆ ຊຶ່ງ​ຖ້າ​ຫາກ​ບໍ່​ມີ Apple ID ກໍ່​ບໍ່​ສາມາດ​ໂລດ Application ຕ່າງໆ​ທີ່ຢູ່​ໃນ Apple AppStore ​ມາ​ຕິດ​ຕັ້ງ​ໃນ​ເຄື່ອງ​ໄດ້ ​ແລະ​ລວມ​ໄປ​ຮອດ​ບໍລິ​ການຮູບ​ແບບ​ອື່ນໆຂອງ Apple ​ໄດ້.
          ​ປັດຈຸບັນ​ຫລາຍໆ​ຄົນ​ທີ່​ຊື້ ​ iPhone, iPad, iPod Touch ມາ​ຈາກ​ຮ້ານ ​ແລ້ວ​ທາງ​ຮ້ານ​ກໍ່​ບອກ​ວ່າ​ຈະ​ຕິດຕັ້ງ “App ​ແທ້​ໃຫ້ ຫລາຍ​ຄົນ​ກໍ່​ເຂົ້າ​ໃຈ​ຜິດ​ວ່າ​ຖ້າ​ຊື້​ຈາກ​ຮ້ານ​​ເຂົາ​ຈະ​ຕິດ​ຕັ້ງ “App ​ແທ້ ​ແລະ ​ຕິດ​ຕັ້ງ​ໃຫ້​ເປັນ​ຈຳນວນ​ຫລາຍ ​ແຕ່​ທ່ານ​ຮູ້​ບໍ​ວ່າ ຄຳ​ວ່າ “App ​ແທ້ ມັນ​ກໍ່​ສາມາດ​ຄິດ​ໄດ້​ຫລາຍ​ຮູບ​​ແບບ ຖ້າ​ຄິດ​ໃນ​ມູມຜູ້​ໃຊ້ “App ​ແທ້ ກໍ່​ນ່າຈະ​ໝາຍ​ເຖິງ ​ໂປຣ​ແກຣມ​ແທ້ໆ ທີ່​ບໍ່​ໄດ້ Crack ມາ ​ແຕ່​ຄວາມ​ໝາຍ “App ​ແທ້ ​ໃນ AppStore ນັ້ນ​ໝາຍ​ເຖິງ Application ທີ່​ທ່ານ​ເປັນ​ຜູ້​ຊື້​ ຫລື​ ໂລດ​ມາ​ໂດຍ​ຕົງ​ຈາກ AppStore ​ໂດຍ​ຜ່ານ Apple ID ຂອງ​ທ່ານ​ ​​ເມືອ​ທ່ານ​ຊື້​ App ມາ​ແລ້ວ​ທ່ານ​ກໍ່​ຈະ​ມີ​ສິດ​ໃນ​ການ​ໃຊ້​ງານ​ໄດ້​ເຕັມທີ່​ຄື
- ​ເມືອ​ທ່ານ​ລົບ App ອອກ​ແລ້ວ ​ແຕ່​ຢາກ​ໂລດ​ມາ​ໃຫມ່​ ທ່ານກໍ່​ໂລດ​ມາ​ໄດ້​ແບບ​ບໍ່​ເສຍ​ເງິນ​ອີກ
- ​ເມື່ອ App ມີ​ການ​ Update New Version ທ່ານ​ກໍ່​ສາມາດ​ອັບ​ໄດ້ Free
- ທ່ານ​ສາມາດ​ຕິດ​ຕັ້ງ App ຕ່າງໆ​ໃນ​ອຸປະກອນ​ iOS ຂອງ​ໄດ້​ເຖິງ 5​ ເຄື່ອງພ້ອມ​ກັນ

          ບັນຫາ​ທີ່​ເກິດ ສຳ​ຫລັບ​ທ່ານທີ່​ຊື້ iPhone, iPad ຈາກ​ຮ້ານ​ທີ່​ຕິດ​ຕັ້ງ App ມາ​ພ້ອມ ​ເຊິ​ງ App ນັ້ນ​ກໍ່​ເປັນ​ຂອງ​ແທ້ ​ແລະ​ ກໍ່​ໃຊ້​ໄດ້​ແທ້ ​ແຕ່ App ນັ້ນ​ເປັນ​ຂອງ​ທາງຮ້ານບໍ່​ແມ່ນ​ຂອງ​ທ່ານ
- ​ເມື່ອ App ມີ​ການ​ Update New Version ທ່ານກໍ່​ບໍ່​ສາມາດ Update ​ໄດ້ ​ເພາະ​ທ່ານ​ບໍ່​ມີ Apple ID ​ແລະ Password ​ເຊິ່ງມັນ​ເປັນ​ຂອງ​ຮ້ານ (​ແນ່ນອນ​ທາງ​ຮ້ານ​ເພີ່ນ​ກໍ່​ບໍ່​ບອກ​ຢູ່​ແລ້ວ)
- ​ເມື່ອ​ທ່ານ​ລົບ​ App ອອກ​ແລ້ວ ທ່ານ​ກໍ່​ສາມາດ​ໂລດ App ມາ​ລົງ​ໃໝ່​ໄດ້ ​ແຕ່​ທ່ານ​ຕ້ອງ​ໂລດ​ໂດຍ​ໃຊ້​ Apple ID ຂອງ​ທ່ານ​ເອງ ​ແລະ ຕ້ອງ​ຈ່າຍ​ເງິນ​ຊື້​ເອງ.
-​ ​​ແຕ່​ທາງ​ຮ້ານ​ກໍ່​ມີ​ໂປ​ຣ​ໂມ​ເຊີນ​ໃຫ້​ອີກ ຄິດ​ເງິນ​ຄ່າ​ຕິດ​ຕັ້ງ App ​ໃຫ້​ອີກ​ດ້ວຍ​ລາ​ຄາ​ແສນ​ແພງ ທັງ​ທີ່​ບາງທີ​ມັນ​ກໍ່ເປັນ App Free, App ເສຍເງິນປົນກັນໄປໝົດ

ແຕ່ເຖິງຢ່າງໃດກໍ່ຕາມການຕິດຕັ້ງ App ມັນກໍ່ມີຫລາຍຮູບແບບທີ່ຈະເຮັດໃຫ້ການຕິດຕັ້ງ App ແບບເສຍເງິນ ແລະ ບໍ່ເສຍເງິນ (App Crack) ແຕ່ກໍ່ຢາກໃຫ້ທຸກທ່ານຊ່ວຍກັນຊື້ ແລະ ອຸດໜູນ App ແທ້ໆ ເພື່ອເປັນການໃຫ້ກຳລັງໃຈ Programmer ເພີນເນາະ ເພາະກວ່າຈະຄິດ App ໜຶ່ງອອກມາໄດ້ກໍ່ບໍ່ແມ່ນຂອງງ່າຍ ຕ້ອງໃຊ້ທັງສະຕິປັນຍາ, ເວລາ ແລະ ຕົ້ນທຶນໃນຫລາຍໆດ້ານກວ່າຈະໄດ້ App ໜຶ່ງອອກມາໃຫ້ພວກເຮົາໄດ້ໃຊ້ກັນ
ສຸດທ້າຍຫວັງວ່າບົດຄວາມນີ້ຈະຊ່ວຍໃຫ້ທ່ານໄດ້ໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວ Apple ID ເຊິ່ງໃນຂັ້ນຕອນຕໍ່ໄປຈະ ສອນການຕັ້ງ Apple ID

No comments:

Post a Comment