Pages 1

Saturday, March 9, 2013

ວິທີ Add Cydia Source ຫລັງການ Jailbreak


         ຫລັງຈາກທີເຮົາ Jailbreak ເຄື່ອງສົມບູນແລ້ວ ຜູ້ໃຊ້ມືໃໝ່ອາດຈະບໍ່ເຂົ້າໃຈວ່າ Jailbreak ແລ້ວ ຕ້ອງເຮັດ ແນວໃດ ຕ້ອງລົງຍັງແນ່ ເອົາແອ໋ບມາໃຊ້ແນວໃດ ແລ້ວຈະເອົາ App Tweaks ອັນໃດທີ່ຈຳເປັນມາ ລົງໃຫ້ iDevice ເພື່ອແຕ່ງໃຫ້ສວຍງາມແລະແຕກຕ່າງ ຂ້າພະເຈົ້າຈະແນະນຳການ Add cydia source ວ່າຕິດຕັ້ງ ແບບໃດ ຫລັງຈາກທີເຮົາ Jailbreak ເຄື່ອງແລ້ວເຮົາຈະໄດ້ແອ໋ບໜື່ງຊື່ວ່າ Cydia 
      Cydia ກໍ່ປຽບເໝືອນ Appstore ຂອງ Apple ນັ້ນແລະ (ສາມາດອ່ານເພີ່ມເຕີມໄດ້) ຊື່ງແອ໋ບຕ່າງໆ ຈະຖືກພັດທະນາໂດຍ ແຮ໋ກເກີ ແລະສ່ວນໃຫຍ່ຈະເປັນ app ທີ່ໃຊ້ໃນການແຕ່ງເຄື່ອງ ຫລືທີ່ເອີນວ່າ Tweak ນັ້ນເອງ ເອົາເປັນວ່າມາເລີ່ມກັນເລີຍ

1. ເປີດ Cydia ຂື້ນມາ

2. ເຂົ້າໄປທີ່ Manage ດ້ານລຸ່ມ





3. ເລືອກທີ່ Sources > Edit > add






4. ຂັ້ນຕອນນີ້ແມ່ນເຮົາເພີ່ມ Cydia source ເຂົ້າໄປ 

ຕົວຢ່າງ http://gdeluxe.com/repo ແລ້ວກົດ Add Source


ຖ້າຂື້ນຂໍ້ຄວາມດັ່ງພາບໃຫ້ກົດ Add Anyway



ລໍທ່າໃຫ້ Updating Source

5. ເມື່ອອັບເດດແລ້ວເຮົາກໍ່ຈະເຫັນລາຍຊື່ປະກົດຂື້ນແລ້ວ





ນີ້ແມ່ນວີທີການ Add Cydia source ຊື່ງສາມາດຫາ source ທີ່ນິຍົມ 

ໄດ້ຈາກເວບອື່ນໆໆໄດ້ ຫລື ທີ່ນີ້


No comments:

Post a Comment