Pages 1

Monday, October 29, 2012

Recovery Mode ແລະ DFU Mode ແມ່ນຫຍັງ ? / ວິທີເຂົ້າ Recovery Mode ແລະ DFU Mode ເຮັດແບບໃດ ?

ສຳຫລັບມືໃຫມ່ທີ່ຢາກຈະ Jailbreak iOS iPod, iPad, iPhone ນັ້ນຫລາຍໆຄົນອາດຈະບໍ່ສາມາດແຍກ ໄດ້ລະຫວ່າງ Recovery Mode ແແລະ DFU Mode ນັ້ນແມ່ນຫຍັງແລະແຕກຕ່າງກັນແນວໃດລວມໄປເຖິງວິທີ ການເຂົ້າ Recovery Mode ແແລະ DFU Mode ຈະເຮັດແບບໃດ ເລື່ອງນີ້ເປັນເລື່ອງຈຳເປັນຕ້ອງຮູ້ເພາະວ່າການ Jailbreak ນັ້ນຕ້ອງຜ່ານຂັ້ນຕອນນີ້ທຸກເທື່ອ

  •  
Recovery Mode
           # ເປັນໂຫມດຫລືສະຖານະຂອງ iBoot ທີ່ໃຊ້ໃນການ Update Firmware & Restore ຂອງ iPhone, iPod, iPad ໃນ iTunes ແບບປົກກະຕິ ໝາຍຄວາມວ່າ ເມືອ iDevice ເຂົ້າສູ້ໂຫມດນີ້ຈະສາ ມາດ Restore ໄດ້ແຕ່ບໍ່ສາມາດທີ່ຈະຂຽນ Baseband ທັງລົງໄປໄດ້ເພາະຢູ່ໃນສະຖານະທີ່ iBoot ທຳງານ ສະນັ້ນ Recovery Mode ຈະເປັນໂຫມດທີ່ເອົາໄວ້ Update Firmware & Restore Firmware ເທົ່ານັ້ນ
           #ວຶທີ່ເຂົ້າສູ້ Recovery Mode
  1. ປິດເຄື່ອງ Power Off - iDevice (ບໍ່ຕ້ອງຕໍ່ສາຍເຂົ້າ PC, Mac)
  2. ກົດປຸ່ມ Home ຄ້າງໄວ້ 5 ວີນາທີ ຫລັງຈາກນັ້ນຕໍ່ສາຍໂລດເຂົ້າກັບຄອມ (ໃຫ້ເປີດ iTune ໄວ້ກອນ) ຫລັງຈາກນັ້ນໜ້າຈໍ iDevice iPod, iPad, iPhone ກໍ່ຈະຂື້ນຮູບພາບດ້ານລຸ້ມນີ້ ສະແດງວ່າໄດ້ເຂົ້າສູ້  Recovery Mode ແລ້ວ

3. ເບິ່ງທີ່ໜ້າຈໍຄອມພິວເຕີ ທີ່ iTunes ຈະຂື້ນຂໍ້ຄວາມ iDevice ໄດ້ເຂົ້າສູ້ໂຫມດ Recovery Mode 


ຕາມປົກກະຕິແລ້ວການ Update Firmware ຜ່ານ iTunes ນັ້ນ iDevice iPad, iPod, iPhone ຈະເຂົ້າ Recovery Mode ໃຫ້ເອງ

  • DFU Mode (Device Firmware Update)


              # DFU Mode ຫຍໍ້ມາຈາກ Device Firmware Update ໃນໂຫມດນີ້ ຈະເຮັດໃຫ້ iBoot (Recovey Mode) ປິດການເຮັດວຽກ ເຊິ່ງຈະສາມາດ Restore ຫລື Update Firmware & Downgrade Firmware ຂອງ iPhone, iPod, iPad ວິທີນີ້ນີ້ຍັງສາມາດຕິດຕັ້ງ Custome Firmware ໄດ້ ແລະ ເປັນ ໜຶ່ງໃນຂັ້ນຕອນຂອງການ Jailbreak ເພາະການ Jailbreak ຈະເຂົ້າສູ້ໂຫມດ DFU Mode ນີ້ຈຶ່ງຈະ ສາມາດ Jailbreak ໄດ້

          # ວິທີເຂົ້າ DFU Mode 
   ຕ້ອງປິດເຄື່ອງກອນ

1. ກົດປຸ່ມ Power ຄ້າງໄວ້ 3 ວິນາທີ

2. ກົດປຸ່ມ Power ແລະ Home ພ້ອມກັນ ກົດຄ້າງໄວ້ອີກ 10 ວິນາທີ

3. ຫລັງຈາກຄົບ 10 ວິນາທີ ແລ້ວກໍ່ປ່ອຍປຸ່ມ Power ແຕ່ກົດປຸ້ມ Home ຄ້າງໄວ້ອີກ 15 ວິນາທີ





4. ມາເບິ່ງທີ່ iTunes ຈະຂື້ນຂໍ້ຄວາມ ແລະຈະບອກເຖິງການເຂົ້າສູ້ສະຖານະ Recovery Mode ແຕ່ທີ່ໜ້າ ຈໍ iDevice ຈະຈໍມືດ ແຕ່ iTune ຈະຍັງເຫັນວ່າມີການເຊື່ອມຕໍ່ກັບ iDevice ຢູ່




ຫລືຈະສາມາດເບີ່ງວິດີໂອດ້ານລຸ້ມຕື່ມໄດ້